Blog

ສໍາລັບ ສປປ ລາວ, ກໍ່ໄດ້ຮັບຜົນກະທົບເຊັ່ນກັນ ກັບຫລາຍປະເທດ ເນື່ອງຈາກມີການເພິ່ງພາການນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ. ທ່ານ ປອ ມະໂນທອງ ວົງໄຊ, ໄດ້ມີຄໍາເຫັນ ກ່ຽວກັບນະໂຍບາຍຂອງ ສປປ ລາວ ເພື່ອຮັບມືກັບສະຖານະການໃນການຜັນຜວນດ້ານພະລັງງານໃນປັດຈຸບັນເຊັ່ນ : ນະໂຍບາຍຫຼຸດພາສີນໍາເຂົ້ານໍ້າມັນ ເພື່ອຄວບຄຸມລາຄານໍ້າມັນ, ກະຕຸ້ນການສົ່ງເສີມການນໍາໃຊ້ພະລັງງານທາງເລືອກ ທີ່ມີທ່າແຮງພາຍໃນປະເທດ ເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟ, ມາດຕະການຜ່ອນຜັນໃຫ້ແກ່ພະນັກງານ ໂດຍການສັບປ່ຽນກັນມາປະຈໍາການ, ໂຄສະນາເຜີຍແຜ່ໃຫ້ແກ່ສັງຄົມໃນການປະຢັດພະລັງງານ ເປັນຕົ້ນແມ່ນ ສົ່ງເສີມການນໍາໃຊ້ພາຫະນະໄຟຟ້າ ແລະ ນໍາໃຊ້ລົດສາທາລະນະໃຫ້ຫຼາຍຂຶ້ນ. ນອກຈາກນີ້, ກໍຍັງເພີ່ມທະວີການຮ່ວມມືໃນການເຊື່ອມຕໍ່ສາຍສົ່ງພະລັງງານໄຟຟ້າ ແລະ ສຶກສາກົນໄກຕ່ອງໂສ້ຂອງການສະໜອງນໍ້າມັນເຊື້ອໄຟໃນພາກພື້ນ ກອງປະຊຸມພິເສດລັດຖະມົນຕີພະລັງງານອາຊຽນ Special AMEM ໄດ້ຈັດຂຶ້ນໃນວັນທີ 27...
ພຽງຢາງ – ທ່ານ ກິມ ຈອງອຶນ ຜູ້ນຳສູງສຸດຂອງສາທາລະນະລັດປະຊາທິປະໄຕເກົາຫຼີ (DPRK) ໃນວັນອາທິດ ໄດ້ສັງເກດການທົດສອບຍິງຂີປະນາວຸດທີ່ຕິດຕັ້ງຢູ່ເທິງເຮືອຈາກເຮືອພິຄາດ, ອີງຕາມລາຍງານຂອງສຳນັກງານຂ່າວສູນກາງເກົາຫຼີຢ່າງເປັນທາງການໃນວັນອັງຄານ. ລາຍງານລະບຸວ່າ ລູກສອນໄຟຍຸດທະສາດສອງລູກ ແລະ ລູກສອນໄຟຕ້ານເຮືອຮົບສາມລູກ ໄດ້ຖືກທົດສອບຈາກເຮືອພິຄາດ Choe Hyon, ເຊິ່ງເປັນການເຄື່ອນໄຫວລ່າສຸດເພື່ອທົດສອບປະສິດທິພາບການປະຕິບັດງານຂອງເຮືອຮົບປະເພດໃໝ່ຂອງປະເທດ. ເຮືອພິຄາດ Choe Hyon ແມ່ນເຮືອນຳໜ້າຂອງເຮືອພິຄາດໂຈມຕີຊັ້ນ Choe Hyon ຫຼາຍພາລະກິດລຸ້ນໃໝ່ ນ້ຳໜັກ 5,000 ໂຕນຂອງ DPRK.

ກະ​ທູ້​ທີ່​ບໍ່​ມີ​ການ​ສະ​ແດງ

Recent articles

spot_img