ລາວ-ຈີນ ເປີດເສັ້ນທາງລົດໂດຍສານ ເສັ້ນໃໝ່ ນະຄອນຊຽງຮຸ່ງ “ຢຸນນານ” ຫາ ຫລວງນໍ້າທາ.

Published:

ສໍານັກຂ່າວ CMG FM93 ລາຍງານວ່າ: ວັນທີ 11 ເມສາ 2026 ທີ່ສູນບໍລິການຂົນສົ່ງສາກົນອາຊຽນຄົບວົງຈອນຕັ້ງຢູ່ກິ່ງແຂວງສິບສອງພັ່ນນາແຂວງຢຸນນານ ຈີນ ໄດ້ຈັດພິທີເປີດເສັ້ນທາງໂດຍສານສາກົນ ລະຫວ່າງນະຄອນຊຽງຮຸ່ງ (ແຂວງຢຸນນານ) ຈີນ ຫາ ບ້ານຊຽງກົກ (ແຂວງຫລວງນໍ້າທາ) ສປປ ລາວ. ພາຍໃຕ້ການເປັນສັກຂີພິຍານຮ່ວມຂອງຜູ້ຕາງໜ້າສອງຝ່າຍຈີນ-ລາວ, ເຊິ່ງເຮັດໃຫ້ເສັ້ນທາງໂດຍສານສາກົນຂ້າມຊາຍແດນລະຫວ່າງລາວ-ຈີນໄດ້ເປີດຊ່ອງທາງໃໝ່ອີກຄັ້ງ.

ເສັ້ນທາງດັ່ງກ່າວ, ມີຄວາມຍາວປະມານ 280 ກິໂລແມັດ, ມີຈຸດເລີ່ມຕົ້ນຢູ່ນະຄອນຊຽງຮຸ່ງ ກິ່ງ ແຂວງສິບສອງພັນນາ, ອອກລົດຈາກສູນບໍລິການຂົນສົ່ງສາກົນອາຊຽນຄົບວົງຈອນກິ່ງແຂວງສິບສອງພັ່ນນາ ແລະ ອອກເມືອງຈີນຜ່ານດ່ານຊ້າເຫີ ເມືອງໝັ້ນ ເຊິ່ງຈະເປີດລົດໂດຍສານ ມື້ລະ 1 ຖ້ຽວ.

ເສັ້ນທາງໂດຍສານດັ່ງກ່າວ ບໍ່ພຽງແຕ່ໄດ້ສະໜອງທາງເລືອກການເດີນທາງຂ້າມຊາຍແດນທີ່ສະດວກ ແລະ ປອດໄພກວ່າເກົ່າໃຫ້ແກ່ຜູ້ໂດຍສານລາວ-ຈີນເທົ່ານັ້ນ, ຍັງຈະສ້າງຂົວຕໍ່ອັນໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າລວມເຖິງການແລກປ່ຽນດ້ານວັດທະນະທໍາ ແລະ ການທ່ອງທ່ຽວລະຫວ່າງສອງປະເທດອີກດ້ວຍ.

ອິນທະນົນ
ອິນທະນົນhttps://news.thangleuok.com/la
ມັກຂຽນບ໋ຣອກ | ເທັກໂນໂລຢີ. ອຸປະກອນເອເລັກໂຕຣນິກ. ການທົບທວນຄືນ. ຂ່າວ. ໜັງ. ວິດີໂອ. ເກມ. ກິລາ. ອານິເມ. ເງິນ. ລົດ. ໜັງ. ອາຫານ. ການທ່ອງທ່ຽວ. ບັນເທີງ. ສັດ. ຜູ້ຄົນ. ສຸຂະພາບ. ພອດແຄສ ແລະ ອື່ນໆ.

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

Related articles

spot_img

Recent articles

spot_img

Sponsor

spot_img