Asia

ພຽງຢາງ – ທ່ານ ກິມ ຈອງອຶນ ຜູ້ນຳສູງສຸດຂອງສາທາລະນະລັດປະຊາທິປະໄຕເກົາຫຼີ (DPRK) ໃນວັນອາທິດ ໄດ້ສັງເກດການທົດສອບຍິງຂີປະນາວຸດທີ່ຕິດຕັ້ງຢູ່ເທິງເຮືອຈາກເຮືອພິຄາດ, ອີງຕາມລາຍງານຂອງສຳນັກງານຂ່າວສູນກາງເກົາຫຼີຢ່າງເປັນທາງການໃນວັນອັງຄານ. ລາຍງານລະບຸວ່າ ລູກສອນໄຟຍຸດທະສາດສອງລູກ ແລະ ລູກສອນໄຟຕ້ານເຮືອຮົບສາມລູກ ໄດ້ຖືກທົດສອບຈາກເຮືອພິຄາດ Choe Hyon, ເຊິ່ງເປັນການເຄື່ອນໄຫວລ່າສຸດເພື່ອທົດສອບປະສິດທິພາບການປະຕິບັດງານຂອງເຮືອຮົບປະເພດໃໝ່ຂອງປະເທດ. ເຮືອພິຄາດ Choe Hyon ແມ່ນເຮືອນຳໜ້າຂອງເຮືອພິຄາດໂຈມຕີຊັ້ນ Choe Hyon ຫຼາຍພາລະກິດລຸ້ນໃໝ່ ນ້ຳໜັກ 5,000 ໂຕນຂອງ DPRK.
ສໍານັກຂ່າວ CMG FM93 ລາຍງານວ່າ: ວັນທີ 11 ເມສາ 2026 ທີ່ສູນບໍລິການຂົນສົ່ງສາກົນອາຊຽນຄົບວົງຈອນຕັ້ງຢູ່ກິ່ງແຂວງສິບສອງພັ່ນນາແຂວງຢຸນນານ ຈີນ ໄດ້ຈັດພິທີເປີດເສັ້ນທາງໂດຍສານສາກົນ ລະຫວ່າງນະຄອນຊຽງຮຸ່ງ (ແຂວງຢຸນນານ) ຈີນ ຫາ ບ້ານຊຽງກົກ (ແຂວງຫລວງນໍ້າທາ) ສປປ ລາວ. ພາຍໃຕ້ການເປັນສັກຂີພິຍານຮ່ວມຂອງຜູ້ຕາງໜ້າສອງຝ່າຍຈີນ-ລາວ, ເຊິ່ງເຮັດໃຫ້ເສັ້ນທາງໂດຍສານສາກົນຂ້າມຊາຍແດນລະຫວ່າງລາວ-ຈີນໄດ້ເປີດຊ່ອງທາງໃໝ່ອີກຄັ້ງ. ເສັ້ນທາງດັ່ງກ່າວ, ມີຄວາມຍາວປະມານ 280 ກິໂລແມັດ, ມີຈຸດເລີ່ມຕົ້ນຢູ່ນະຄອນຊຽງຮຸ່ງ ກິ່ງ ແຂວງສິບສອງພັນນາ, ອອກລົດຈາກສູນບໍລິການຂົນສົ່ງສາກົນອາຊຽນຄົບວົງຈອນກິ່ງແຂວງສິບສອງພັ່ນນາ ແລະ ອອກເມືອງຈີນຜ່ານດ່ານຊ້າເຫີ ເມືອງໝັ້ນ ເຊິ່ງຈະເປີດລົດໂດຍສານ ມື້ລະ 1 ຖ້ຽວ. ເສັ້ນທາງໂດຍສານດັ່ງກ່າວ ບໍ່ພຽງແຕ່ໄດ້ສະໜອງທາງເລືອກການເດີນທາງຂ້າມຊາຍແດນທີ່ສະດວກ...

ກະ​ທູ້​ທີ່​ບໍ່​ມີ​ການ​ສະ​ແດງ

Recent articles

spot_img