ວັນທີ 9 ເມສາ, The Guardian ລາຍງານອ້າງອີງເຖິງການວິໄຈຂອງ Nature Communications ທີ່ຜ່ານການວິເຄາະຄື້ນຄວາມຮ້ອນນັບແຕ່ປີ 2003-2024 ວ່າ: ໂລກກໍາລັງຜະເຊີນຄື້ນຄວາມຮ້ອນລະດັບອັນຕະລາຍທີ່ມະນຸດບໍ່ສາມາດໃຊ້ຊີວິດໄດ້ ໂດຍຜ່ານການຄິດໄລ່ອຸນຫະພູມ, ຄວາມຊຸ່ມ ແລະ ຄວາມສາມາດຂອງຮ່າງກາຍ ພ້ອມສຶກສາສະພາບອາກາດໃນຫລາຍປະເທດ.
ປາກົດວ່າ: ຜົນການສຶກສາຄັ້ງນີ້ຕັ້ງຄໍາຖາມເຖິງຄວາມເຊື່ອເກົ່າທາງວິທະຍາສາດ ຄືມະນຸດມີຂີດຈໍາກັດໃນການທົນຄວາມຮ້ອນຊຸ່ມ ຫລື ອຸນຫະພູມກະເປາະປຽກ (Wet-bulb Temperature) ໄດ້ 35 ອົງສາເປັນເວລາ 6 ຊົ່ວໂມງ ໂດຍພົບວ່າ: ລະດັບອັນຕະລາຍອາດເກີດຂຶ້ນໃນອຸນຫະພູມຕໍ່າກວ່ານັ້ນ ເພາະສະພາບອາກາດຮ້ອນອົບເອົ້າໃນປັດຈຸບັນສາມາດຂ້າຊີວິດມະນຸດໄດ້ແລ້ວ ໂດຍສະເພາະໃນກຸ່ມຜູ້ສູງອາຍຸ ເຊິ່ງມີຄວາມສາມາດໃນການລະບາຍຄວາມຮ້ອນຫລຸດລົງ ເຮັດໃຫ້ຮ່າງກາຍບໍ່ສາມາດປັບຕົວໄດ້ທັນ ແລະ ສ່ຽງຕໍ່ສະພາບຮຶດສະໂຕກຈົນເສຍຊີວິດ.
ນອກຈາກນີ້, ລາຍງານຍັງລະບຸວ່າ: ໃນບາງພື້ນທີ່ຂອງໂລກ ໄດ້ແກ່ ເມືອງເມກກະຢູ່ຊາອຸດິອາຣະບີ, ນະຄອນຫລວງບາງກອກ, ເມືອງຟີນິກຢູ່ອາເມລິກາ, ເມືອງລາຄານາຢູ່ປາກິດສະຖານ ແລະ ເມືອງເຊບີຢາຢູ່ແອັສປາຍ ຜະເຊີນຄື້ນຄວາມຮ້ອນຮຸນແຮງ ຈົນມີໄລຍະເວລາທີ່ຢູ່ໃນລະດັບສ່ຽງຕໍ່ຊີວິດມະນຸດ.
ຂະນະທີ່ໃນບາງກໍລະນີເຊັ່ນ: ເມືອງລາຄານາຢູ່ປາກິດສະຖານ ແລະ ຟີນິກຢູ່ອາເມລິກາ ມີໄລຍະເວລາຄື້ນຄວາມຮ້ອນເພີ່ມສູງຜິດປົກກະຕິ ເຖິງວ່າບາງຄັ້ງຈະຢູ່ໃນບ່ອນຮົ່ມ ຍັງບໍ່ສາມາດຫລີກເວັ້ນຄວາມສ່ຽງຕໍ່ການເສຍຊີວິດໄດ້.
ທັງນີ້, ສາສະດາຈານ ແລະ ຫົວໜ້າທີມວິໄຈຈາກ Australian National University ລະບຸວ່າ: ຜົນໄດ້ຮັບດັ່ງກ່າວໜ້າຕົກໃຈ ໂດຍບໍ່ຄາດຄິດວ່າ ສະພາບດັ່ງກ່າວຈະເກີດຂຶ້ນຊັດເຈນໃນລະດັບເມືອງ, ພ້ອມຕັ້ງຄໍາຖາມວ່າ: ຖ້າເຫດການນີ້ເກີດຂຶ້ນໃນປັດຈຸບັນແລ້ວໂລກໃນອະນາຄົດທີ່ຮ້ອນຂຶ້ນອີກ 2-3 ອົງສາຈະເປັນແນວໃດຕໍ່.
ນັກວິທະຍາສາດຍັງລະບຸວ່າ: ການທີ່ມະນຸດກໍາລັງເຂົ້າໃກ້ຂີດຈໍາກັດທາງເສລີວິທະຍາແບບນີ້ ເຮັດໃຫ້ການຫລຸດສະພາບໂລກຮ້ອນເປັນສິ່ງຈໍາເປັນ ຖ້າມະນຸດຍັງຕ້ອງການອາໄສຢູ່ໃນພື້ນທີ່ຮ້ອນຊຸ່ມເຊັ່ນ: ອາຊີໃຕ້, ຕາເວັນອອກກາງ ແລະ ເຂດຮ້ອນທົ່ວໂລກ.





