Tag: ການເມືອງ

ພຽງຢາງ – ທ່ານ ກິມ ຈອງອຶນ ຜູ້ນຳສູງສຸດຂອງສາທາລະນະລັດປະຊາທິປະໄຕເກົາຫຼີ (DPRK) ໃນວັນອາທິດ ໄດ້ສັງເກດການທົດສອບຍິງຂີປະນາວຸດທີ່ຕິດຕັ້ງຢູ່ເທິງເຮືອຈາກເຮືອພິຄາດ, ອີງຕາມລາຍງານຂອງສຳນັກງານຂ່າວສູນກາງເກົາຫຼີຢ່າງເປັນທາງການໃນວັນອັງຄານ. ລາຍງານລະບຸວ່າ ລູກສອນໄຟຍຸດທະສາດສອງລູກ ແລະ ລູກສອນໄຟຕ້ານເຮືອຮົບສາມລູກ ໄດ້ຖືກທົດສອບຈາກເຮືອພິຄາດ Choe Hyon, ເຊິ່ງເປັນການເຄື່ອນໄຫວລ່າສຸດເພື່ອທົດສອບປະສິດທິພາບການປະຕິບັດງານຂອງເຮືອຮົບປະເພດໃໝ່ຂອງປະເທດ. ເຮືອພິຄາດ Choe Hyon ແມ່ນເຮືອນຳໜ້າຂອງເຮືອພິຄາດໂຈມຕີຊັ້ນ Choe Hyon ຫຼາຍພາລະກິດລຸ້ນໃໝ່ ນ້ຳໜັກ 5,000 ໂຕນຂອງ DPRK.
ສໍານັກຂ່າວ CMG FM93 ລາຍງານວ່າ: ວັນທີ 11 ເມສາ 2026 ທີ່ສູນບໍລິການຂົນສົ່ງສາກົນອາຊຽນຄົບວົງຈອນຕັ້ງຢູ່ກິ່ງແຂວງສິບສອງພັ່ນນາແຂວງຢຸນນານ ຈີນ ໄດ້ຈັດພິທີເປີດເສັ້ນທາງໂດຍສານສາກົນ ລະຫວ່າງນະຄອນຊຽງຮຸ່ງ (ແຂວງຢຸນນານ) ຈີນ ຫາ ບ້ານຊຽງກົກ (ແຂວງຫລວງນໍ້າທາ) ສປປ ລາວ. ພາຍໃຕ້ການເປັນສັກຂີພິຍານຮ່ວມຂອງຜູ້ຕາງໜ້າສອງຝ່າຍຈີນ-ລາວ, ເຊິ່ງເຮັດໃຫ້ເສັ້ນທາງໂດຍສານສາກົນຂ້າມຊາຍແດນລະຫວ່າງລາວ-ຈີນໄດ້ເປີດຊ່ອງທາງໃໝ່ອີກຄັ້ງ. ເສັ້ນທາງດັ່ງກ່າວ, ມີຄວາມຍາວປະມານ 280 ກິໂລແມັດ, ມີຈຸດເລີ່ມຕົ້ນຢູ່ນະຄອນຊຽງຮຸ່ງ ກິ່ງ ແຂວງສິບສອງພັນນາ, ອອກລົດຈາກສູນບໍລິການຂົນສົ່ງສາກົນອາຊຽນຄົບວົງຈອນກິ່ງແຂວງສິບສອງພັ່ນນາ ແລະ ອອກເມືອງຈີນຜ່ານດ່ານຊ້າເຫີ ເມືອງໝັ້ນ ເຊິ່ງຈະເປີດລົດໂດຍສານ ມື້ລະ 1 ຖ້ຽວ. ເສັ້ນທາງໂດຍສານດັ່ງກ່າວ ບໍ່ພຽງແຕ່ໄດ້ສະໜອງທາງເລືອກການເດີນທາງຂ້າມຊາຍແດນທີ່ສະດວກ...

ລົ້ມເຫຼວ : ການເຈລະຈາ ອີຣ່ານ ແລະ ສະຫະລັດ ທີ່ເມືອງ ອິສລາມາບັດ, ປາກີສະຖານ.

ເຕເຮຣານ  - ໂຄສົກກະຊວງການຕ່າງປະເທດອີຣານ Esmaeil Baqaei ກ່າວວ່າການເຈລະຈາລະຫວ່າງອີຣານ ແລະ ສະຫະລັດ ທີ່ອິສລາມາບັດ, ປາກີສະຖານ ລົ້ມເຫຼວ, ສິ້ນສຸດລົງໂດຍບໍ່ມີຂໍ້ຕົກລົງໃດໆ ເນື່ອງຈາກຄວາມຕ້ອງການທີ່ເກີນຂອບເຂດຂອງຝ່າຍສະຫະລັດ. ກ່ຽວກັບການເຈລະຈາ, Baqaei ກ່າວວ່າອີຣານ ແລະ ສະຫະລັດ “ໄດ້ບັນລຸຄວາມເຂົ້າໃຈໃນຫຼາຍບັນຫາ” ແລະ ມີ “ຄວາມແຕກຕ່າງທາງຄວາມຄິດເຫັນກ່ຽວກັບ 2-3 ເລື່ອງທີ່ສຳຄັນ”. ໂຄສົກຍັງສັງເກດເຫັນວ່າການເຈລະຈາຮອບນີ້ແມ່ນຍາວນານທີ່ສຸດໃນປີທີ່ຜ່ານມາ, ເຊິ່ງໃຊ້ເວລາທັງໝົດ...

ສະຫາຍ ທອງລຸນ ຕ້ອນຮັບ ສະຫາຍ ເຈິ່ນເກີມຕູ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສສ ຫວຽດນາມ

ໃນຕອນບ່າຍຂອງວັນທີ 9 ເມສາ ນີ້ ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ເຈິ່ນ ເກີມ ຕູກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສສ...

ນາຍົກ ຕ້ອນຮັບ ຜູ້ປະຈໍາການຄະນະເລຂາທິການ ສູນກາງພັກກອມມູນິດ ຫວຽດນາມ

ໃນວັນທີ 9ເມສາ ນີ້ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ເຈິ່ນ ເກີມ ຕູ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ໃນໂອກາດດັ່ງກ່າວ,...

ຍີ່ປຸ່ນ ອະນຸຍາດແກ້ໄຂ ກົດໝາຍຄຸ້ມຄອງ ຂໍ້ມູນສ່ວນບຸກຄົນ ເພື່ອໃຊ້ພັດທະນາ AI

ອິນໂຟເຄວສ ລາຍງານ: ຄະນະ ລັດຖະມົນຕີ ຍີ່ປຸ່ນ ໃຫ້ການ ຮັບຮອງ ຂໍ້ມູນສ່ວນບຸດຄົນ, ໂດຍຜ່ອນຄາຍ ຂໍ້ຈຳກັດ ວ່າດ້ວຍ ການໃຊ້ ຂໍ້ມູນ ສ່ວນບຸກຄົນ ເພື່ອພັດທະນາ ແລະ ນໍາໃຊ້ ເຕັກໂນໂລຊີ  ປັນຍາປະດິດ(AI) ມາໃຊ້ໄດ້ຢ່າງວ່ອງໄວຂຶ້ນ. ຮ່າງແກ້ໄຂກົດໝາຍ ຄຸ້ມຄອງ ຂໍ້ມູນ ສ່ວນບຸກຄົນ ດັ່ງກ່າວ ຈະຊ່ວຍອຳນວຍ...

ຣັດເຊຍ ໂຈມຕີ ເມືອງNikopol ຂອງຢູເຄຣນ ດ້ວຍໂດຣນເຮັດໃຫ້ເສຍຊີວິດ 5 ຄົນ ແລະ ບາດເຈັບ 25 ຄົນ.

KYIV/MOSCOW/ISTANBUL – ເຈົ້າໜ້າທີ່ທ້ອງຖິ່ນລາຍງານ ມີຜູ້ເສຍຊີວິດ 5 ຄົນ ແລະ ບາດເຈັບອີກ 25 ຄົນໃນວັນເສົາທີ່ຜ່ານມາ ໃນການໂຈມຕີດ້ວຍໂດຣນຂອງຣັດເຊຍໃນເມືອງ Nikopol ຂອງຢູເຄຣນ. ໂດຣນ FPV ຂອງຣັດເຊຍຫຼາຍລຳໄດ້ຍິງໃສ່ຕະຫຼາດໃນເມືອງທີ່ຕັ້ງຢູ່ໃນເຂດ Dnipropetrovsk ພາກກາງ, ເຊິ່ງເຮັດໃຫ້ເກີດໄຟໄໝ້ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຮ້ານວາງສະແດງສິນຄ້າຂອງຕະຫຼາດ ພ້ອມທັງຮ້ານຄ້າໃກ້ຄຽງ, ອີງຕາມການລາຍງານຂອງຝ່າຍບໍລິຫານທະຫານພາກພື້ນ. ມີຜູ້ບາດເຈັບ 8 ຄົນໄດ້ເຂົ້າໂຮງໝໍຍ້ອນບາດແຜຈາກລະເບີດ,...

Recent articles

spot_img