ສໍາລັບ ສປປ ລາວ, ກໍ່ໄດ້ຮັບຜົນກະທົບເຊັ່ນກັນ ກັບຫລາຍປະເທດ ເນື່ອງຈາກມີການເພິ່ງພາການນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ. ທ່ານ ປອ ມະໂນທອງ ວົງໄຊ, ໄດ້ມີຄໍາເຫັນ ກ່ຽວກັບນະໂຍບາຍຂອງ ສປປ ລາວ ເພື່ອຮັບມືກັບສະຖານະການໃນການຜັນຜວນດ້ານພະລັງງານໃນປັດຈຸບັນເຊັ່ນ :
- ນະໂຍບາຍຫຼຸດພາສີນໍາເຂົ້ານໍ້າມັນ ເພື່ອຄວບຄຸມລາຄານໍ້າມັນ,
- ກະຕຸ້ນການສົ່ງເສີມການນໍາໃຊ້ພະລັງງານທາງເລືອກ ທີ່ມີທ່າແຮງພາຍໃນປະເທດ ເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟ,
- ມາດຕະການຜ່ອນຜັນໃຫ້ແກ່ພະນັກງານ ໂດຍການສັບປ່ຽນກັນມາປະຈໍາການ,
- ໂຄສະນາເຜີຍແຜ່ໃຫ້ແກ່ສັງຄົມໃນການປະຢັດພະລັງງານ ເປັນຕົ້ນແມ່ນ ສົ່ງເສີມການນໍາໃຊ້ພາຫະນະໄຟຟ້າ ແລະ ນໍາໃຊ້ລົດສາທາລະນະໃຫ້ຫຼາຍຂຶ້ນ. ນອກຈາກນີ້, ກໍຍັງເພີ່ມທະວີການຮ່ວມມືໃນການເຊື່ອມຕໍ່ສາຍສົ່ງພະລັງງານໄຟຟ້າ ແລະ ສຶກສາກົນໄກຕ່ອງໂສ້ຂອງການສະໜອງນໍ້າມັນເຊື້ອໄຟໃນພາກພື້ນ

ກອງປະຊຸມພິເສດລັດຖະມົນຕີພະລັງງານອາຊຽນ Special AMEM ໄດ້ຈັດຂຶ້ນໃນວັນທີ 27 ເມສາ 2026 ຜ່ານລະບົບອອນລາຍ, ນໍາພາ ໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເປັນຫົວໜ້າຄະນະໃຫ້ແກ່ ສປປ ລາວ, ມີ ທ່ານ ນາງ ສັນຕິສຸກ ພິມມະຈັນ ເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແຫ່ງ ສປປ ລາວ ພ້ອມດ້ວຍຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງກະຊວງ ອຄ, ລັດວິສາຫະກິດໄຟຟ້າລາວ ແລະ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ເຂົ້າຮ່ວມ.
ກອງປະຊຸມ ໄດ້ປຶກສາຫາລືຮ່ວມກັບບັນດາປະເທດອາຊຽນ+3 ແລະ ຄູ່ຮ່ວມພັດທະນາຕໍ່ກັບຜົນກະທົບຂອງສະຖານະການໃນຕາເວັນອອກກາງຕໍ່ຄວາມໝັ້ນຄົງດ້ານພະລັງງານໃນພາກພື້ນ, ຊຶ່ງຫຼາຍປະເທດສະມາຊິກອາຊຽນໄດ້ໃຫ້ຄໍາເຫັນວ່າ ໃນຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແມ່ນເພິ່ງພາການນໍາເຂົ້ານໍ້າມັນ ແລະ ອາຍແກ໊ສ ໃນປະລິມານມະຫາສານຈາກຕາເວັນອອກກາງ ແລະ ເຮັດໃຫ້ໄດ້ຮັບຜົນກະທົບຢ່າງຫລີກລ້ຽງບໍ່ໄດ້ ຕໍ່ການຢຸດຊະງັກໃນການສະໜອງ ແລະ ຄວາມຜັນຜວນຂອງລາຄາ ທີ່ມີທ່າອ່ຽງສູງຂຶ້ນເລື້ອຍໆ. ພ້ອມນີ້, ກໍໄດ້ປຶກສາຫາລືກ່ຽວກັບວິທີການຮັບມືຕໍ່ກັບສະຖານະການໃນຕໍ່ໜ້າ, ຊຶ່ງບັນດາປະເທດສະມາຊິກອາຊຽນ ກໍໄດ້ປະຕິບັດມາດຕະການ ແລະ ນະໂຍບາຍ ອີງໃສ່ທ່າແຮງດ້ານພະລັງງານຂອງປະເທດຂອງຕົນ ເຊັ່ນ: ກະຈາຍຊອກແຫລ່ງນໍ້າມັນເພີ່ມ, ການສໍາຮອງພະລັງງານ, ການຄວບຄຸມລາຄາ ແລະ ອື່ນໆ.
ໃນລະດັບພາກພື້ນ, ອາຊຽນໄດ້ເນັ້ນໜັກເຖິງການເພີ່ມທະວີການຮ່ວມມື ໂດຍຜ່ານຂອບໜ້າວຽກທີ່ມີຢູ່ເຊັ່ນ: the ASEAN Framework Agreement on Petroleum Security (APSA), ASEAN Power Grid (APG), and Trans-ASEAN Gas Pipeline (TAGP) ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ກະກຽມການປະສານງານໃນມາດຕະການຮັບມືສຸກເສີນ ຖ້າຈໍາເປັນ.





